ພິ​ທີ​ປະ​ກາດ​ຂໍ້​ຕົ​ກ​ລົງ​ວ່າ​ດ້ວຍ​ການ​ຮັບ​ຮອງ​ເຂດ​ທ່ອງ​ທ່ຽວ​ລະ​ດັບ​ຊາດ ໂມກ​ເຈົາ

(VOVWORLD) - ຕອນຄ່ຳວັນທີ 18 ພຶດສະພາ, ຢູ່ເທດສະບານ ໂມກເຈົາ, ຄະນະກຳມະການປະຊາຊົນແຂວງ ເຊີນລາ ໄດ້ຈັດພິທີປະກາດຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮັບຮອງເຂດທ່ອງທ່ຽວລະດັບຊາດ ໂມກເຈົາ. 
ພິ​ທີ​ປະ​ກາດ​ຂໍ້​ຕົ​ກ​ລົງ​ວ່າ​ດ້ວຍ​ການ​ຮັບ​ຮອງ​ເຂດ​ທ່ອງ​ທ່ຽວ​ລະ​ດັບ​ຊາດ ໂມກ​ເຈົາ - ảnh 1ພິທີປະກາດຂໍ້ຕົກລົງວ່າດ້ວຍການຮັບຮອງເຂດທ່ອງທ່ຽວລະດັບຊາດ ໂມກເຈົາ (ພາບ: toquoc.vn)

ເຂດທ່ອງທ່ຽວລະດັບຊາດ ໂມກເຈົາ ແມ່ນສະຖານທີ່ມີຊື່ສຽງກ່ຽວກັບການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບຢູ່ ຫວຽດນາມ. ຢູ່ສະຖານທີ່ແຫ່ງນີ້ມີແຫຼ່ງຊັບພະຍາກອນທ່ອງທ່ຽວທີ່ຫຼາກຫຼາຍ, ອຸດົມສົມບູນ, ດູດດື່ມທັງດ້ານຊັບພະຍາກອນທຳມະຊາດການທ່ອງທ່ຽວວັດທະນະທຳ, ທັດສະນີຍະພາບທີ່ສວຍສົດງົດງາມ, ໃຫຍ່ໂຕມະໂຫຖານ. ສອງປີລຽນຕິດ (2022 ແລະ 2023), ເຂດທ່ອງທ່ຽວລະດັບຊາດ ໂມກເຈົາ ລ້ວນແຕ່ໄດ້ຮັບການຄັດເລືອກຈາກ ອົງການຈັດລາງວັນທ່ອງທ່ຽວລະດັບໂລກ World Travel Awards ວ່າ “ເປັນຈຸດນັດພົບແຫ່ງທຳມະຊາດແຖວໜ້າໂລກ”. ເລື່ອງຮັບຮອງເອົາເຂດທ່ອງທ່ຽວລະດັບຊາດ ໂມກເຈົາ ນັ້ນ ແມ່ນພື້ນຖານດ້ານນິຕິກຳເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບກ່ຽວກັບທີ່ຕັ້ງພູມີສາດ, ຊັບພະຍາກອນການທ່ອງທ່ຽວທຳມະຊາດ ແລະ ການທ່ອງທ່ຽວດ້ານວັດທະນະທຳ ຂອງເຂດທ່ອງທ່ຽວລະດັບຊາດນີ້ຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດການທ່ອງທ່ຽວເວົ້າສະເພາະ, ເສດຖະກິດ - ສັງຄົມເວົ້າລວມຂອງແຂວງ ເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ