ຮັບປະກັນສິດທິມະນຸດຢູ່ ຫວຽດນາມ: ຄວາມຈິງເໜືອກ່ວາຄຳເວົ້າ

(VOVWORLD) - ນັກຂ່າວ Moises Perez Mok ໄດ້ຊີ້ແຈ້ງວ່າ: ບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ໄດ້ສັງເຂບກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ໃນທຸກຂົງເຂດນັບແຕ່ການກວດກາຄັ້ງກ່ອນ ແລະ ຫວຽດນາມ ກໍ່ໄດ້ກວດກາຢ່າງຮອບດ້ານກ່ຽວກັບການປະຕິບັດບັນດາຂໍ້ສະເໜີແນະທີ່ໄດ້ຮັບຮອງໃນຮອບວຽນທີ III ຂອງ UPR ໃນປີ 2019 ຮອດເດືອນ ມັງກອນ 2024.
ຮັບປະກັນສິດທິມະນຸດຢູ່ ຫວຽດນາມ: ຄວາມຈິງເໜືອກ່ວາຄຳເວົ້າ - ảnh 1ພາບປະກອບ

“ສິດທິມະນຸດຢູ່ ຫວຽດນາມ: ຄວາມຈິງເໜືອກ່ວາຄຳເວົ້າ” ແມ່ນຫົວຂໍ້ຂອງບົດຂຽນຂອງສຳນັກຂ່າວສານ ອາເມລິກາລາຕິນ Prensa Latina ເອົາລົງພິມໃນວັນທີ 5 ພຶດສະພາ. ໃນບົດຂຽນ, ນັກຂ່າວ Moises Perez Mok, ຫົວໜ້າອົງການຜູ້ຕາງໜ້າຂອງ Prensa Latina ປະຈຳ ຮ່າໂນ້ຍ, ໃຫ້ຮູ້ວ່າ: ບົດລາຍງານລະດັບຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຢູ່ ຫວຽດນາມ ຕາມບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສປຊ ລວມມີ: ບັນດາຄວາມກ້າວໜ້າທີ່ບໍ່ອາດປະຕິເສດໄດ້ໃນການປົກປ້ອງສິດທິມະນຸດໃຫ້ແກ່ທຸກໆຄົນ.

        ນັກຂ່າວ Moises Perez Mok ໄດ້ຊີ້ແຈ້ງວ່າ: ບົດລາຍງານໂດຍສັງເຂບປະຈຳໄລຍະ (UPR) ຮອບວຽນທີ IV ໄດ້ສັງເຂບກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ໃນທຸກຂົງເຂດນັບແຕ່ການກວດກາຄັ້ງກ່ອນ ແລະ ຫວຽດນາມ ກໍ່ໄດ້ກວດກາຢ່າງຮອບດ້ານກ່ຽວກັບການປະຕິບັດບັນດາຂໍ້ສະເໜີແນະທີ່ໄດ້ຮັບຮອງໃນຮອບວຽນທີ III ຂອງ UPR ໃນປີ 2019 ຮອດເດືອນ ມັງກອນ 2024. ນັກຂ່າວໄດ້ຄັດສະເໜີບົດລາຍງານຊີ້ແຈ້ງວ່າ ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສສາສະໜາ, ກໍ່ຄືສິດໄດ້ສ້າງສະມາຄົມ, ເຊິ່ງແມ່ນບັນດາສິດໄດ້ກຳນົດນັບແຕ່ເມື່ອສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນປີ 1945 ແລະ ໄດ້ລະບຸໃນລັດຖະທຳມະນູນປີ 2013.

        Prensa Latina ໄດ້ຄັດສະເໜີຄຳເວົ້າຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂດຍຢັ້ງຢືນ: ຫວຽດນາມ ບໍ່ປະລະຄວາມມານະພະຍາຍາມສ້າງສາສັງຄົມນິຍົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສິວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ